About anisong
Anisong V 1.0.1
Anisong ນັບຕັ້ງແຕ່ ອະດິດ ທີ່ຜ່ານມາ ໄດ້ຫຼາຍປີ ພາຍຫຼັງ ທີ່ໄດ້ຮຽນ ອ່ານ - ຂຽນ ອັກສອນທຳ ຈາກໃບລານ ຄຼູບາອາຈານ ກະເຄີຍ ໄດ້ມີ ຄວາມຝັນ ທີ່ສ້າງ ໃຫ້ເປັນປື້ມ
ຢູ່ໃນລະຫວ່າງ ປີ 2007 ໄດ້ເຫັນຟອນ ທີ່ເປັນ ອັກສອນທຳ ຈາກ ສ.ນ ຫຼຽມເພັດ ແລະໄດ້ຍີນ ຊື່ຟອນນັ້ນ ຈາກພໍ່ທ່ານ ປອນ ສອນສັກສິດ ເປັນຟອນຂອງ ທ່ານສົມສັກ ຈຳຊືຟອນບໍ່ໄດ້ ເພາະມັນມີຫຼາຍຈຸດ
ໃນນັ້ນ ໄດ້ລອງພີມ ລອງຜິດລອງຖືກ ຈົນໃກ້ສຸດ ປັນຍາປາຣະມີ ເພາະຕ້ອນນັ້ນ ບໍ່ທັນເກັງ ແປ້ນພີມປານໃດ ແລະປູ່ມກໍ່ຢູ່ ບໍ່ຖືກຈຸດ ກັບພາສາລາວ ຕອນນັ້ນ ມີຄອມຢູ່ ແຕ່ລວມກັນໃຊ້ 3 ອົງ
ຕົກມາໃນ ປີ 2009 ມີໝູ່ ທີ່ເປັນ ທີມງານ ດຽວກັນ ໃນ 3 ອົງ ໄດ້ຊື້ແຜ່ານ ໂປຼແກຼມ ຈາກຜູ້ໃຫ້ ບໍຣິການ ຂາຍໂປຼແກຼມ ໄດ້ເຫັນໂປຼແກຼມ ທີ່ກ່ຽວກັບການ ພັດທະນາຟອນ ເລີຍລອງໃຊ້ເບີ່ງ ເຫັນວ່າໂປຼແກຼມເຂົາ
ສາມາດທີ່ ຈະປ່ຽນປຸ່ມ ຂອງແປ້ນພິມໄດ້ ຕອນນັ້ນ ແມ່ນຜ່ານ ແປ້ນພິມຂອງ ລາວສະກິບ ໃຊ້ເວລາຄົ້ນຄວາ ຢູ່ປະມານ 5 ເດືອນ ຈິງສາມາດ ອອກເປັນ ໄປຕາມ ອັກສອນ ພາສາລາວ ໃນປີນັ້ນ ພິມສຸດ ປັນຍາປາຣະມີ ອຸນຫັດສະວິໄຊ ສັບໄຊ ແລະແທນນ້ຳນົມແມ່ 46 ໜ້າ ຈັດພິມ ອອກມາໄດ້ 1000 ຫົວ ແລະໄດ້ ແຈກຢາຍ ໃຫ້ກັບ ຜູ້ທີ່ຕ້ອງການ ແລະຜູ້ທີ່ ສາມາດເຂົ້າໃຈ ໃນອັກສອນທຳ ໄປຈົນໝົດ
ແລະໃນປີ 2010-15 ໄດ້ທີມງານ ເພີ່ມເປັນ 6 ອົງ ໄດ້ພັດທະນາຟອນ ເຂົ້າເປັນຫຍູນິໂຄດ ໄດ້ພີມບົດເທດເພີ່ມ ລວມເປັນ 23 ກັນ 165 ໜ້າ ໃນປີ 2016 ໄດ້ຈັດພິມ ໃນງານ ຊາປານະກິດ ຂອງທ່ານອາຈານ ຈິດສະແຫວງ ຈຳນວນ 500 ຫົວ
ຕົກມາໃນປີ 2017-19 ພັດທະນາມາເປັນ 50 ກັນ 400 ໜ້າ ແຕ່ຍັງ ບໍ່ທັນໄດ້ ຈັດພີມ ເພາະຂາດທືນ ທາງຊັບສິນ ທີ່ຈະມາເປັນ ຄ່າໃຊ້ຈ່າຍ ໃນການຈັດພີມໄດ້ ມາຮອດປີ 2019 ທີມງານ ສິກໝົດ ສຸດທາຍ ຈົນປັນຍາ ເພາະຄ່າຈັດພີມ ສູງເກີນໄປ
ແລະທາຍສຸດ ສຸດທາຍ ກໍ່ຫັນທາງແກ້ ຄືມາປາຽນເປັນ ແອປ (app) ທີ່ສາມາດ ໃຊ້ໄດ້ໃນ Android ສ່ວນໃນ IOS ແລະ Microsoft ຍັງບໍ່ທັນ ສາມາດໃຊ້ໄດ້ ເພາະຂາດ ອຸບປະກອນ ໃນການ ພັດທະນາ ໃຜໆ ທ່ານໃໄດ້ ອົງໃດ ໃຊ້ໃນ IOS ແລະ Microsoft ກໍ່ລໍໆໄປກ່ອນ ຂ້ານ້ອຍ ຂໍຂອບໃຈ ທຸກໆທ່ານ ທຸກໆອົງ ພາຍໃນແລະ ພາຍນອກປະເທດ ທີ່ຕິດຕາມແລະກົດໄລ ຂ້ານ້ອຍ :)
(ບໍຣິຈາກ ໄດ້ທີ) Donate VISA : 4520530072911927 🙏🙏🙏
What's new in the latest 1.0.4
anisong APK Information
Old Versions of anisong
anisong 1.0.4

Super Fast and Safe Downloading via APKPure App
One-click to install XAPK/APK files on Android!